ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດ​ຕັງ T-62M ແລະ T-62MV ໄດ້​ຮັບ​ການ​ປັບປຸງ​ເປັນ​ລົດ​ຊ່າງ​ແສງ

     ໜັງສືພິມ​ກອງທັບ​ປະຊາຊົນ ຫວຽດນາມ ລາຍ​ງານ​ໃຫ້​ຮູ້ເມື່ອ​ບໍ່​ດົນ​ມາ​ນີ້, ສື່​ມວນ​ຊົນ​ຂອງ​ ຣັດ​ເຊຍ ໄດ້​ສະແດງ​ໃຫ້​ເຫັນ​ວ່າ: ລົດ​
ຕັງ T-62M ແລະ T-62MV ທີ່​ໄດ້​ຮັບ​ການ​ປັບປຸງ​ເຄື່ອງ​ຈັກ​ໃຫ້​ແຮງ​ຂື້ນ, ພ້ອມ​ຕິດ​ຕັ້ງ​ປືນ​ກົນ​ໃຫ້​ທັນ​ສະໄໝ​ຂຶ້ນ. ລົດ 2 ຮຸ້ນ​ນີ້, ຍັງ​
ໄດ້​ຕິດ​ຕັ້ງ​ເຄື່ອງ​ກົນ​ຈັກ​ໜັກ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ບຸກເບີກ​ເສັ້ນທາງ​ໃນ​ສະໜາມຮົບ, ເຊິ່ງ​ປັດຈຸບັນ ຣັດ​ເຊຍ ໄດ້​ນຳ​ໃຊ້​ລົດ​ລຸ້ນ​ນີ້​ເຂົ້າ
​ໃນ​ການ​ປະຕິບັດ​ການ​ພິເສດ​ທາງ​ທະຫານ​ໃນ ​ອູ​ແກຣນ. ລົດ​ຕັງ T-62M ແລະ T-62MV, ໄດ້​ຖືກ​ປັບປຸງ​ຄຸນ​ນະ​ພາບ​ໃຫ້​ທັນ​ສະໄໝ​
ໃນ​ຫຼາຍ​ດ້ານ ໂດຍ​ສະເພາະ​ແມ່ນ​ການ​ຕິດ​ຕັ້ງ​ອຸປະກອນ​ໃສ່​ທາງ​ໜ້າ​ເປັນ​ລົດ​ຊ່າງ​ແສງ, ພ້ອມ​ສູ້​ຮົບ​ພ້ອມ​ບຸກເບີກ​ເສັ້ນທາງ ໂດຍ​ສະເພາະ
T-62MV ໄດ້​ຖືກ​ຕິດ​ຕັ້ງ​ດ້າມ​ຈົກ​ດິນ, ຊ້ວນ​ດິນ, ເກດ​ດິນ ສຳລັບ​ວຽກ​ງານ​ບຸກເບີກ​ເສັ້ນທາງ​ໃນ​ສະໜາມຮົບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2024